|
ຂ່າວສານ ການເຄື່ອນໄຫວ ຂອງກົມອາຫານ ແລະ ຢາ |
|
ງານສະເຫຼີມ ສະຫຼອງວັນອາຫານປອດໄພໂລກ ໄດ້ຈັດຂື້ນວັນທີ 17 ມິຖຸນາ 2022 ທີ່ ໂຮງແຮມຄຣາວ ພລາຊາພາຍໃຕ້ຄຳຂວັນ “ ການຮັບປະກັນອາຫານປອດໄພ ແມ່ນໜ້າທີ່ຂອງໝົດທຸກຄົນ “ | ປະກາດໂດຍ: ກີລາ ບູນປະເສີດ, ປະກາດວັນທີ: 20/06/2022 23:45:02 | .jpeg)
ງານສະເຫຼີມ ສະຫຼອງວັນອາຫານປອດໄພໂລກ ໄດ້ຈັດຂື້ນວັນທີ 17 ມິຖຸນາ 2022 ທີ່ ໂຮງແຮມຄຣາວ ພລາຊາພາຍໃຕ້ຄຳຂວັນ “ ການຮັບປະກັນອາຫານປອດໄພ ແມ່ນໜ້າທີ່ຂອງໝົດທຸກຄົນ “ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ດຣ. ໄພວັນ ແກ້ວປະເສີດ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ Dr. Ying-Ru Lo ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ; ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ ຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຄື: ຜູ້ຕາງໜ້າອົງການອະນາໄມໂລກ (WHO), ອົງການອາຫານ ແລະ ການກະເສດ (FAO), ຫ້ອງການກະຊວງສາທາລະນະສຸກ, ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້, ກົມມາດຕະຖານ ແລະ ວັດແທກ, ກົມນຳເຂົ້າ-ສົ່ງອອກ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມອາຫານ ແລະ ຢາ, ກອງກວດກາ ອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ຜູ້ປະກອບການດ້ານອາຫານ ແລະ ຂະແໜງອາຫານ ແລະ ຢາ ແຂວງ ແລະ ນະຄອນຫຼວງ.
| ອ່ານຕໍ່ » |
ກອງປະຊຸມສົ່ງເສີມອາຫານທີ່ຄວາມປອດໄພ, ໄດ້ຈັດຂື້ນວັນທີ 7 ມິຖຸນາ 2022 ທີ່ ໂຮງແຮມ ລາວພລາຊາ. | ປະກາດໂດຍ: ກີລາ ບູນປະເສີດ, ປະກາດວັນທີ: 10/06/2022 10:32:10 | 
ກອງປະຊຸມສົ່ງເສີມອາຫານທີ່ຄວາມປອດໄພ, ໄດ້ຈັດຂື້ນວັນທີ 7 ມິຖຸນາ 2022 ທີ່ ໂຮງແຮມ ລາວພລາຊາ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ, ທ່ານ ສົມຮັກ ວົງວິໄຊ ຮອງຫົວໜ້າ ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ Suriyan Vichitlekarn, Executive Director, Mekong Institute ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ
| ອ່ານຕໍ່ » |
ປຶກສາຫາລືຮ່າງແຜນຍຸດທະສາດຂອງການພັດທະນາວຽກງານການຢາໂຮງໝໍແຕ່ປີ 2022-2030 | ປະກາດໂດຍ: ກີລາ ບູນປະເສີດ, ປະກາດວັນທີ: 08/06/2022 02:24:17 | 
ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມປຶກສາຫາລື ແລະ ລະດົມແນວຄວາມຄິດປະກອບໃສ່ຮ່າງແຜນຍຸດທະສາດການພັດທະນາວຽກງານການຢາໂຮງໝໍ ແຕ່ປີ 2022-2030 ຢູ່ທີ່ທ່າລາດ ແຂວງວຽງຈັນ ໃນວັນທີ 23-25 ພຶດສະພາ 2022 ...
| ອ່ານຕໍ່ » |
ກອງປະຊຸມປຶກສາຫາລືກະກຽມສ້າງຕັ້ງສະພາວິຊາຊີບເພສັດຊະກຳ ແລະ ສະມາຄົມເພສັດຊະກອນ ໃນ ສປປ ລາວ | ປະກາດໂດຍ: ກີລາ ບູນປະເສີດ, ປະກາດວັນທີ: 08/06/2022 02:03:00 | 
ໃນວັນທີ 20\5\2022 ກົມອາຫານ ແລະ ຢາໄດ້ເປີດກອງປະຊຸມປຶກສາຫາລື ເພື່ອກະກຽມສ້າງຕັ້ງສະພາວິຊາຊີບເພສັດຊະກຳ ແລະ ສະມາຄົມເພສັດຊະກອນ ໃນ ສປປ ລາວຂຶ້ນ ໂດຍການເປັນປະທານກອງປະຊຸມຂອງ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ຊຶ່ງມີຜູ້ເຂົ້າຮ່ວມຈາກກົມອາຫານ ແລະ ຢາ, ສາຍອາຫານ ແລະ ຢາ ແລະ ພະນັກງານບຳນານອາວຸໂສທີ່ມີປະສົບການດ້ານຢາເຂົ້າຮ່ວມ 20 ກ່ວາທ່ານ.
| ອ່ານຕໍ່ » |
ບໍລິສັດ DKSH ມອບຢາຊ່ວຍເຫຼືອໃຫ້ແກ່ວຽກງານຕ້ານ ໂກວິດ-19 | ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 16/05/2022 22:50:32 | 
ໃນວັນທີ 17 ພຶດສະພາ 2022, ບໍລິສັດ DKSH ຈໍາກັດ ເຊິ່ງນໍາໂດຍທ່ານ Julien Moret ຜູ້ຈັດການບໍລິສັດ ປະຈໍາ ສປປ ລາວ, ກໍາປູເຈຍ ພ້ອມດ້ວຍ ທ່ານ Vishwas GUPTA ຫົວໜ້າບໍລິຫານພະແນກການຢາ ແລະ ອຸປະກອນການແພດ ແລະ ທ່ານນາງ ທິບຖາພອນ ຈັນທະວົງ ຜູ້ຈັດການຝ່າຍຂາຍຢາ ແລະ ອຸປະກອນການແພດ ໄດ້ມອບຢາ Favifiravir ຈໍານວນ 1000 ກັບ (9,000 ໂດສ) ເພື່ອປະກອບສ່ວນເຂົ້າໃນການປິ່ນປົວພະຍາດ ໂກວິດ-19.....
| ອ່ານຕໍ່ » |
ແຈ້ງການ ເລກທີ 5004/ກອຢ, ການນຳໃຊ້ເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ທີ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ. | ປະກາດໂດຍ: ພູປະສິດ ອຸດົມສິນ, ປະກາດວັນທີ: 09/05/2022 04:02:51 | 
ການນຳໃຊ້ເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ເປັນພາກສ່ວນໜື່ງທີ່ສຳຄັນໃນການຄັດກອງ ແລະ ຄົ້ນຫາກໍລະນີຜູ້ຕິດເຊື້ອໄດ້ທັນການ, ສະນັ້ນ ເຄື່ອງທົດສອບແບບໄວ AgRDT ຕ້ອງມີຄຸນນະພາບ ແລະ ປະສິດທິພາບ ເຊິ່ງໃນໄລຍະຜ່ານມາກົມອາຫານ ແລະ ຢາ ໄດ້ຈັດຕັ້ງປະຕິບັດການອະນຸຍາດນຳໃຊ້ໃນພາວະສຸກເສີນ (Emergency Use Authorization, EUA)...
| ອ່ານຕໍ່ » |
ຄະນະກົມອາອຫານ ແລະ ຢາ ແລະ ພະນັກງານຫຼັກແຫຼ່ງລົງຕິດຕາມຊຸກຍູ້ວຽກງານສາຍອາຫານ ແລະ ຢາ ຂັ້ນສູນກາງ | ປະກາດໂດຍ: , ປະກາດວັນທີ: 29/04/2022 20:12:13 | 
ໃນຕອນເຊົ້າຂອງວັນທີ 29 ເມສາ 2022, ຄະນະກົມອາຫານ ແລະ ຢາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ໄດ້ລົງຕິດຕາມຊຸກຍູ້ວຽກງານກວດກາອາຫານ ແລະ ຢາ ຂອງກອງກວດກາອາຫານ ແລະ ຢາ ເຊິ່ງນໍາພາໂດຍ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ກໍາມະການຄະນະພັກກະຊວງ ຫົວໜ້າກົມອາຫານ ແລະ ຢາ. ເປັນກຽດຕ້ອນຮັບຄະນະກົມ ແລະ ທິມງານຄັ້ງນີ້ ໂດຍແມ່ນທ່ານ ດຣ. ບຸນເລື່ອນ ພະຍາດຊະໂຍທາ....
| ອ່ານຕໍ່ » |
ກອງປະຊຸມ ກະກຽມການສ້າງຕັ້ງສະມາຄົມທຸລະກິດຢາ ແລະ ອຸປະກອນການແພດ | ປະກາດໂດຍ: ທ້າວ ຊົ່ງ, ປະກາດວັນທີ: 14/02/2022 00:16:31 | 
ກອງປະຊຸມໄດ້ດຳເນີນຂື້ນໃນຕອນເຊົ້າວັນຈັນ ເວລາ 10:00 ໂມງ ຂອງວັນທີ 07 ກຸມພາ 2022, ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ໂດຍການເປັນປະທານຮ່ວມ ທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ, ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ປອ ນ. ວາລີ ເວດຊະພົງ ຮອງປະທານສະພາການຄ້າ. ກອງປະຊຸມໄດ້ມີ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ, ມີ ທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ຄະນະທິມງານຮັບຜິດຊອບ ໃນການກະກຽມການສ້າງຕັ້ງສະມາຄົມທຸລະກິດດ້ານຢາ ແລະ ຜະລິຕະພັນການແພດ (ຄະນະດ້ານວິຊາການ, ຄະນະທີ່ປຶກສາ ແລະ ກອງເລຂາ) ຈໍານວນ 17 ທ່ານ. ຈຸດປະສົງຂອງກອງປະຊຸມເພື່ອລາຍງານຄວາມຄືບໜ້າ ແລະ ປຶກສາຫາລືກ່ຽວກັບການສ້າງຕັ້ງຕັ້ງສະມາຄົມທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດໃນໄລຍະຜ່ານມາ.
| ອ່ານຕໍ່ » |
ໜ່ວຍພັກຮາກຖານກົມອາຫານ ແລະ ຢາ ຈັດກອງປະຊຸມໃຫຍ່ຄັ້ງທີ VI | ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 08/01/2022 23:00:27 | 
ໜ່ວຍພັກຮາກຖານກົມອາຫານ ແລະ ຢາ ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂອງຕົນຂຶ້ນໃນວັນທີ 27 ທັນວາ 2021 ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງສາທາລະນະສຸກ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ. ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມໂດຍສະຫາຍເລຂາ, ຮອງເລຂາ, ຕາງໜ້າຈາກໜ່ວຍພັກແຮກສ່ຽວ ເຊັ່ນ: ໜ່ວຍພັກຮາກຖານ ຫ້ອງການກະຊວງສາທາລະສຸກ, ກົມຈັດຕັ້ງ-ພະນັກງານ, ກົມກວດກາ, ແຜນການ ແລະ ການຮ່ວມມື, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ໜ່ວຍພັກຮາກຖານຂອງສາຍແຜນງານອາຫານ ແລະ ຢາ ເປັນຕົ້ນ: ສະຖານບັນການແພດການຢາພື້ນເມືອງ, ສູນວິໄຈອາຫານ ແລະ ຢາ, ສູນສະໜອງຢາ-ອຸປະກອນການແພດ, ກອງກວດກາອາຫານ ແລະ ຢາ, ໂຮງງານຜະລິດຢາເລກ 2, ໂຮງງານຜະລິດຢາເລກ 3.
| ອ່ານຕໍ່ » |
|
|
|
|